ພາລະບົດບາດ

CLC ແມ່ນສູນທີ່ສັງກັດກັບມະຫາວິທະຍາໄລວິທະຍາສາດທຳມະຊາດ, ໄດ້ສົມທົບລະຫວ່າງການສ້າງ, ການຄົ້ນຄ້ວາ ແລະ ນຳໃຊ້ ເພື່ອສ້າງບັນດາຜະລິດຕະພັນດ້ານວິທະຍາສາດເຕັກໂນໂລຊີທີ່ມີຄວາມໝາຍດ້ານວິທະຍາສາດ ແລະ ການປະຕິບັດ ແນໃສ່ເພື່ອຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ພ້ອມກັນນັ້ນສາມາດເຊັນສັນຍາ, ຮ່ວມມື, ເຊື່ອມໂຊມກັບບັນດາໜ່ວຍງານພາຍໃນ ແລະ ສາກົນ.

ຜ່ານການເຄື່ອນໄຫວຄົ້ນຄ້ວາ, ຝຶກອົບຮົບ, ບຳລຸງ, ສູນຈະຊ່ວຍເພີ່ມທະວີຖັນແຖວພະນັກງານຫຼັກແຫຼ່ງ ທີ່ມີຄວາມສາມາດດ້ານວິຊາສະເພາະ ແລະ ຈັດຕັ້ງ. ສູນຈະເປັນຂົວຕໍ່ດຶງດູດບັນດາຜູ້ທີ່ເກັ່ງມີ ພອນສະຫວັນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສາມາດ ແກ້ໄຂໄດ້ບັນດາບັນຫາທີ່ສຳຄັນໃນຂົງເຂດພາສາສາດ ແລະ ການຄຳນວນ, ພ້ອມກັນນັ້ນຊຸກຍູ້ການສ້າງບັນດາກຸ່ມຄົ້ນຄ້ວາລົງເລິກໃນໄລຍະ 2015-2020 ເຊັ່ນວ່າ: ນຳໃຊ້ພາສາສາດ ແລະ ການຄຳນວນເຂົ້າໃນການສິດສອນພາສາຫວຽດໃຫ້ແກ່ຄົນຕ່າງປະເທດ, ໃນການບຸກເບີກເອກະສານ (ຕີລາຄາຜະລິດຕະພັນ, ສະຫຼຸບສັງລວມເອກະສານ, ຊ່ວຍໃນການໃຫ້ຄຳຕັດສິນ), ໃນຂົງເຂດຄວາມສະຫງົບ – ການເມືອງ (ກວດກາຕິດຕາມຂໍ້ມູນຂ່າວສານ),…

ບັນດາໜ້າທີ່ຕົ້ນຕໍຂອງສູນປະກອບມີ:

  • ຄົ້ນຄ້ວາບັນດາຮູບແບບ, ວິທີການ ແລະ ເຕັກນິກວິເຄາະພາສາເພື່ອບຸກເບີກ, ຄັດຈ້ອນເອົາຂໍ້ມູນ ຈາກເອກະສານ; ບຸກເບີກເອກະສານຫຼາຍພາສາ; ນຳໃຊ້ພາສາສາດ ແລະ ການຄຳນວນເຂົ້າໃນການສິດສອນພາສາຕ່າງປະເທດ ໃຫ້ແກ່ຄົນຫວຽດ, ສອນ ພາສາຫວຽດໃຫ້ແກ່ຄົນຕ່າງປະເທດ; ວິເຄາະຄັງຂໍ້ມູນທີ່ມີຂະຫຼາດໃຫຍ່ເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການໃນການກວດກາ ຕິດຕາມຂໍ້ມູນຂ່າວສານ; ຢາມເບີ່ງຫາງສຽງຂອງສັງຄົມ,…
  • ສ້າງບັນດາຄັງຊັບພະຍາກອນທີ່ຈຳເປັນເພື່ອຮັບໃຊ້ໃຫ້ແກ່ຂະແໜງພາສາສາດ ແລະ ການຄຳນວນ ພາສາຫວຽດໄດ້ຮັບການພັດທະນາຢ່າງໝັ້ນຄົງ, ມີປະສິດທິຜົນ.
  • ຮ່ວມມືກັບບັນດາອົງການພາຍໃນ ແລະ ຕ່າງປະເທດ (ວິສາຫະກິດ, ສະຖາບັນ, ໂຮງຮຽນ, ສູນ,…) ເພື່ອນຳໃຊ້, ຖ່າຍທອດບັນດາໝາກຜົນການຄົ້ນຄ້ວາຂອງສູນ
  • ເຂົ້າຮ່ວມບັນດາຫົວບົດໃຈກາງສຳຄັນຂອງມະຫາວິທະຍາໄລແຫ່ງຊາດ, ໃນຂັ້ນລັດຖະບານ ແນໃສ່ແກ້ໄຂບັນຫາສຳຄັນຕົ້ນຕໍຂອງປະເທດໄດ້ວາງອອກສຳລັບວິທະຍາສາດ ແລະ ເຕັກໂນໂລຊີ (ເຊັ່ນວ່າ: ຄວາມສະຫງົບທາງຂໍ້ມູນຂ່າວສານ). ປະກາດບັນດາໂຄງການວິທະຍາສາດ, ບັນດາວາລະສານຢູ່ໃນວາລະສານສາກົນທີ່ໜ້າເຊື່ອຖື, ບັນດາປື້ມອ້າງອີງ ແລະ ສິ່ງຕີພິມວິທະຍາສາດອື່ນ.
  • ເຊື່ອມໂຊງຝຶກອົບຮົມກັບບັນດາຫົວໜ່ວຍທີ່ສິດສອນກ່ຽວກັບພາສາສາດ, ພາສາຕ່າງປະເທດ ເພື່ອສອນບັນດາພາກຮຽນກ່ຽວກັບພາສາສາດ ລແະ ການຄຳນວນ, ພາສາດສາດ ແລະ ຄັງຂໍ້ມູນ (Corpus – Linguistics), ພາສາສາດ ແລະ ສະຖິຕິ (Statistic – Linguistics),…
  • ເກັບກຳ, ກວດກາຕິດຕາມ, ສັງເກດຂໍ້ມູນຂ່າວສານຢ່າງອັດຕະໂນມັດ (ຈາກອິນເຕີເນັດ, ຄັງຂໍ້ມູນ, ສ້າງຄົມອອນລາຍ,…) ຕາມໃບສັ່ງເຄື່ອງ. ປະຕິບັດບໍລິການໃຫ້ຄຳປຶກສາບັນດາບັນຫາກ່ຽວຂ້ອງກັບພາສາສາດ ແລະ ການຄຳນວນ.